ກຽວກັບຜູ້ເຈົ້າຂອງເວບ

ກ່ຽວກັບຂ້າພະເຈົ້າ
ຂ້າພະເຈົ້າຊື່ ທ.ໂຈະຍະພົງ ແວວວົງຈັນ ອາໃສຢູ່ນະຄອນຫລວງວຽງຈັນ
ເຊິງຄວາມຮູ້ຂອງຂ້າພະເຈົ້າແມ່ນໄດ້ມາຈາກການເຮັດວຽກຕົວຈິງກັບທາງບໍລິສັດ  DDD ເປັນບ່ອນສິດສອນໃຫ້ ເລີມຈາກບໍ່ມີຄວາມຮູ້ພາສາອັງ ເປີດຄອມພິວເຕີຍັງບໍ່ເປັນເລີຍ ຈົນປະຈຸບັນຂ້າພະເຈົ້າມີຄວາມຮູ້ພາສາອັງພື້ນຖານ ສາມາດແປງຫລືປະກອບຄອມພິວເຕີດ້ວຍຕົວເອງແລ້ວສາມາຂຽນເວບໄຊໄດ້ຫນ່ອຍຫນຶ່ງແລ້ວພັນຕົວອອກມາເຮັດທຸລະກິດຂອງຕົວເອງ ຄືຮ້ານອິນເຕີເນັດ ແລ້ວມາຮຽນຮູ້ການຫາເງິນອອນລາຍຈາກເວລາວ່າງ ຄວາມຮູ້ຕ່າງໆທີໄດ້ມາຕ້ອງຂໍຂອບໃຈ ຜູ້ບໍ່ລິຫານດີດີດີທຸກຄົນທີເຮັດໃຫ້ຂ້ອຍມີວັນນີ້ ໂດຍສະເພາະແມ່ນເອື່ອຍໃຫມ, ເອືື່ອຍລັກ, ເອື່ອຍເມຕາ,ອ້າຍນົກ, ອາຈານບົວພອນ, ອາຈາແອດ, ແລະເອືອຍມຸກດາ ທີໃຫ້ຄວາມຮຼ້ແລະຄວາມຊ່ວຍເຫລືອຕະຫລອດມາ ໃຜຢາກຈະໄປຮຽນນຳເພິນກໍສາມາດໄປຮຽນນຳເພີນໃດ ເພິນເປີດຮັບທຸກໆ 3ເດືອນທີສຳຄັນຖ້າໄດ້ເຮັດວຽກນຳດີດີດີ ເພິນຈະເສີຍຄ່າຮຽນໃຫ້ ມີສະຫວັດດີການຮັກສາສຸກກະພາບໃນເວລາເຈັບປ່ວຍ ການເຮັດວຽກແລະການຮຽນຂອງເພິນຈະແບ່ງເປັນ2ພາກຄືເຊົ້າ 6-12ໂມງ ແລງ 13-19ໂມງ ສາກມາດເລືອກໄດ້ວ່າຈະເຂົ້າຮຽນນຳເພິນພາກໃດ
ເບີໂທຂອງເພີແມ່ນ 021 720 474




ບົດຄວາມຕ່າງໆຂອງເວບໄຊ ຂ້າພະເຈົົ້າໄດ້ສຶກສາແລ້ວທົດລອງເຮັດດ້ວຍຕົນເອງແລ້ວເອົາມາບອກຕໍ່ຫວັງວ່າຈະມີປະໂຫຍດຕໍ່ທຸກໆທ່ານ ອາດມີຂໍ້ຄວາມທີຜິດພາດປະການສາມາຄອມເມັນມາເພື່ອໃຫ້ຂ້າພະເຈົ້າປັບປຸງແກ້ໄຂ ຈະເປັນພະຄຸນຢ່າງສູງ
Admin Email: joyaphong3@gmail.com
facebook:        https://www.facebook.com/moneysfreetime

foxyform

ความคิดเห็น